ຈົ່ງສືບສວນການຫາຍຕົວໄປຂອງນັກເຄື່ອນໄຫວລາວທີ່ຂໍລີ້ໄພ

Publié Laisser un commentairePublié dans Communiqué

(ປາຣີ) ທາງການ ແຫ່ງ ຣາຊອານາຈັກໄ ທຈະຕ້ອງ ສືບສວນໂດຍດ່ວນ ເຖິງ ກໍຣະນີຫາຍສາບສູນ ຂອງ ອັອດ ໄຊຍະວົງ, ສະຫະພັນສາກົນ ເພື່ອ ສິດທິມະນຸດ(FIDH) ແລະ ຂະບວນການລາວ ເພື່ອ ສິດທິມະນຸດ (ຂລສມ) ໄດ້ກ່າວ ໃນວັນນີ້. “ທ້າວ ອັອດ ໄດ້ຊອກລີ້ພັຍ ໃນ ປະເທດໄທ ແຕ່ ໃນຂະນະດຽວກັນ ປະເທດໄທ ໄດ້ກັບກາຍ ມາເປັນ ປະເທດ ທີ່ ບໍ່ມີຄວາມປອດພັຍ ຫລາຍຂື້ນ ສຳລັບຜູ້ຊອກລີ້ພັຍ. ທາງການໄທ ຈະຕ້ອງສືບສວນ ໂດຍດ່ວນ ເຖິງ ຊາຕາກັມ ຫລືທີ່ຢູ່ ຂອງ ທ້າວ ອອດ ແລະ ຈະຕ້ອງ ວາງມາດຕະການ ຮັບຮອງຄວາມປອດພັຍ ຂອງ ຜູ້ລີ້ພັຍ ໃຫ້ ສອດຄ່ອງ ກັບ ເງື່ອນໃຂສັນຍາສາກົນ” […]